ຫ້ອງການ ຖວທ ເມືອງຊານໄຊ ສະຫຼຸບຜົນງານ 1 ປີ.

16/01/2023

ຫ້ອງການ ຖວທ ເມືອງຊານໄຊ ສະຫຼຸບຜົນງານ 1 ປີ.

ກອງປະຊຸມທົບທວນຕີລາຄາວຽກງານຮອບດ້ານຂອງຫ້ອງການ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຊານໄຊ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 12 ມັງກອນ 2023 ນີ້,ທີ່ຫ້ອງການດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ສູວັນສີ ແກ້ວວີເສີດ ເຈົ້າເມືອງຊານໄຊ ,ມີທ່ານ ກົງຈັກ ສີສະຫວາດ ຫົວໜ້າ ພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ,ມີບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນກອງປະຊຸມທ່ານ ສຽງໃຈ ແກ້ວຄຳໂກ້ ຮອງຫົວໜ້າ ຫ້ອງການ ຖວທ ເມືອງ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານປະຈຳປີ 2022 ທັງເປັນການກວດກາ,ຕີລາຄາ ແລະ ປະເມີນຜົນຈຸດດີ,ຈຸດອອ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄລຍະ 1ປີຜ່ານມາ ໂດຍສະເພາະຄະນະພັກ-ຄະນະຫ້ອງການໄດ້ເອົາໃຈໃສ່ຊີ້ນຳ-ນຳພາ,ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງການຢ່າງເປັນປົກກະຕິຕໍ່ເນື່ອງ,ເຮັດໃຫ້ພະນັກງານ-ລັດຖະກອນກໍ່ຄືສະມາຊິກພັກ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ,ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ,ຮູ້ຈັກຈຳແນກໄດ້ມິດສັດຕູ, ດ້ານວິຊາສະເພາະແມ່ນໄດ້ສືບຕໍ່ເຄື່ອນໄຫວຢ່າງແຂງແຮງໃນການຄຸ້ມຄອງກວດກາ ເພື່ອຫັນເຂົ້າສູ່ລະບຽບຫຼັກການ,ອະນຸລັກ ແລະ ສົ່ງເສີມສີລະປະວັດທະນະທຳຂອງຊາດຂອງທ້ອງຖິ່ນ,ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນຂົງເຂດຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນ: ບັນດານັກທຸລະກິດປະກອບການຮ້ານກິນດື່ມບັນເທີງ,ຮ້ານຄາລາໂອເກະ,ຮ້ານຈຳໜ່າຍຜະລິດຕະພັນສື່ມວນຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມຂໍ້ກຳນົດ,ກົດລະບຽບທີ່ວາງອອກຢ່າງເຂັ້ມງວດ ພ້ອມທັງປັບປຸງ ແລະ ຂະຫຍາຍທາງດ້ານ ປະລິມານ ແລະ ຄຸນນະພາບ,ສາມາດຕອບສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມຢ່າງກວ້າງຂວາງ,ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ຄະນະພັກອຳນາດການປົກຄອງເມືອງໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ,ກົດໝາຍ,ກົດລະບຽບ,ຂະບວນການຕ່າງໆຂອງມະຫາຊົນ ແລະ ເຫດການຕ່າງໆທີ່ເກີດຂື້ນໃນຂອບເຂດທົ່ວເມືອງໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທັນການເຊິ່ງສາມາດເຫັນໄດ້ວ່າໃນ1ປີຜ່ານມາໄດ້ຂຽນຂ່າວທັງໝົດ 192 ຂ່າວ,ອອກໂທລະໂຄ່ງພາຍໃນເມືອງ 192 ຂ່າວ,ສົ່ງວິທະຍຸFMແຂວງ 10 ຂ່າວ, ສົ່ງແຫ່ງຊາດ 6 ຂ່າວ,ສົ່ງຂ່າວສານອອນລາຍອັດຕະປືມີ 36 ຂ່າວ,ອອກຂ່າວສານອອນລາຍຫ້ອງການ ຖວທ ເມືອງມີ 68 ຂ່າວ. ວຽກງານວັດທະນະທໍາ ໄດ້ປະກາດຮັບຮອງນາມະຍົດບ້ານວັດທະນະທຳໄດ້ທັງໝົດ 2 ບ້ານ,ມອບໃບຢັ້ງຄອບຄົວວັດທະນະທຳໄດ້ 250 ຄອບຄົວ, ໄດ້ອອກອະນຸຍາດຄຸ້ມຄອງການເຄື່ອນໄຫວຂອງຫົວໜ່ວຍທຸລະກິດດ້ານວັດທະນະທຳ ການໂຄສະນາດ້ວຍປ້າຍ 27 ປ້າຍ. ວຽກງານທ່ອງທ່ຽວ ໄດ້ສຳຫຼວດ ແລະ ຂື້ນບັນຊີແຫຼ່ງທ່ອງທ່ຽວ 21 ແຫ່ງ,ທຳມະຊາດ 15 ແຫ່ງ,ປະຫວັດສາດ 3 ແຫ່ງ,ວັດທະນະທຳ 3 ແຫ່ງ,ມີຄົນພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ 1.217 ຄົນ. ຈາກນັ້ນກອງປະຊຸມກໍ່ໄດ້ພ້ອມກັນຮັບຮອງເອົາແຜນການປະຈຳປີ 2023 ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໃນຕໍ່ໜ້າໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ: ສຸກສະຫວ່າງ

 

ທ່ອງທ່ຽວແຂວງ ອັດຕະປື Tourism in Attapeu province
ຂ່າວສານອອນລາຍ ອັດຕະປື
ວິທະຍຸກະຈາຍສຽງແຂວງອັດຕະປື
ໂທລະພາບແຂວງອັດຕະປື