ໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ສໍາເລັດການຕີລາຄາວຽກງານຮອບດ້ານ ກາງສະໄໝ

23/01/2023

ໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ສໍາເລັດການຕີລາຄາວຽກງານຮອບດ້ານ ກາງສະໄໝ

            ວັນທີ 19-20 ມັງກອນ 2023 ໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ຂຶ້ນກັບຄະນະພັກຮາກຖານພະແນກ ຖວທ ແຂວງ ໄດ້ສໍາເລັດກອງປະຊຸມສະຫລຸບຕີລາຄາຮອບດ້ານກາງສະໄໝ (2019-2022) ແລະ ວາງທິດທາງແຜນການ (2023-2025) ຂຶ້ນທີ່ຫ້ອງປະຊຸມພະແນກດັ່ງກ່າວ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ຊິບປະໄຊ ວົງປະເສີດ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ກົງຈັກ ສີສະຫວາດ, ເລຂາຄະນະພັກຮາກຖານພະແນກ ຖວທ ແຂວງ, ມີບັນສະຫາຍຄະນະພັກຮາກຖານ, ຕາງໜ້າເລຂາໜ່ວຍພັກອ້ອມຂ້າງ, ຄະນະໜ່ວຍພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
            ສະຫາຍ ຊິບປະໄຊ ວົງປະເສີດ ເລຂາໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ໄດ້ໃຫ້ກຽດຕີລາຄາສູງຕໍ່ຜົນສໍາເລັດການນໍາພາ-ຊີ້ນໍາວຽກງານຂອງພັກໃນໄລຍະເຄີ່ງສະໄໝຜ່ານມາ ເຊິ່ງໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ໄດ້ປະຕິບັດໜ້າທີ່ການເມືອງຂອງຕົນໄດ້ມີຫລາຍດ້ານພົ້ນເດັ່ນເຊັ່ນ: ວຽກງານການສ້າງພັກ: ໄດ້ນໍາພາສ້າງໜ່ວຍພັກ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 1 ສະໄໝ; ມີຄະນະໜ່ວຍພັກ 3 ສະຫາຍ, ປະຕິບັດລະບຽບພັກ ຕົ້ນຕໍແມ່ນການສຶກສາອົບຮົມການເມືອງ-ແນວຄິດ, ໜ່ວຍພັກ ມີຄວາມຕັ້ງໃຈ ຊອກຊ່ອງທາງນໍາພາ-ແກ້ໄຂ ບັນຫາຕ່າງໆ ເພື່ອສ້າງການຫັນປ່ຽນໃໝ່, ຕ້ານແນວຄິດ ກົດໜ່ວງທ່ວງດຶງອັນສໍາຄັນ ແມ່ນການປະຕິບັດມະຕິ, ຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ. ວຽກງານຖະແຫຼງຂ່າວ: ໄດ້ສົ່ງເສີມ ແລະ ຜັນຂະຫຍາຍກົດໝາຍສື່ມວນຊົນ, ປັບປຸງ ແລະ ສ້າງຕາໜ່າງຂ່າວ-ນັກຂ່າວ, ສື່ສັງຄົມອອນລາຍ, ກວດກາ ແລະ ຄຸ້ມຄອງການເຄື່ອນໄຫວສື່ມວນຊົນຮ່ວມກັບສູນກາງ ແລະ ເມືອງ ຕະຫຼອດການຄຸ້ມຄອງທຸລະກິດສື່ມວນຊົນຕາມລະບຽບການ, ໄດ້ຍ້ອງຍໍຜູ້ເຄື່ອນໄຫວສື່ດີເດັ່ນຕາມຄວາມເໝາະສົມ. ເວົ້າລວມ: ການພັດທະນາສື່ມວນຊົນ ຄ່ອຍໆຫັນປ່ຽນທາງດ້ານປະລິມານ ແລະ ຄຸນນະພາບ; ເຮັດໃຫ້ຂໍ້ມູນຂ່າວສານສາມາດບໍລິການໄດ້ຫລາຍຊ່ອງທາງ, ລະບົບໂທລະໂຄ່ງຂັ້ນເມືອງ ແລະ ບ້ານໄດ້ເປັນເຄືອຄ່າຍເຜີຍແຜ່ຂໍ້ມູນຂ່າວສານເຖິງປະຊາຊົນ. ວຽກງານໜັງສືພິມ, ວາລະສານ ແລະ ຂ່າວສານ: ກໍມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບສື່ອື່ນໆ ຕົ້ນຕໍການຂຽນບົດ, ຂ່າວ, ການເລືອກເພັ້ນຂ່າວ ສົ່ງສື່ສິ່ງພິມ-ສື່ອອນລາຍຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນຕົນ ມີຜູ້ຕິດຕາມຫຼາຍຂຶ້ນ. ວຽກງານ ວິທະຍຸ-ໂທລະພາບ: ໄດ້ພັດທະນາຊ່ອງທາງໃໝ່, ສີສັນໃໝ່ ຄຽງຄູ່ກັບສື່ເກົ່າ, ລາຍການມີຫຼາຍຮູບແບບ, ມີສ່ວນຮ່ວມ ແລະ ລົງເລິກວຽກວິຊາການ, ອັນເດັ່ນ ລາຍການສົດ ຂອງວິທະຍຸກະຈາຍສຽງ ເປັນຂົວຕໍ່ພັກ-ລັດ-ປະຊາຊົນ ແລະ ທັງເປັນເພື່ອນໂອ້ລົມຕໍ່ຜູ້ຟັງທຸກໄລຍະ. ຕະຫລອດໄລຍະການດໍາເນີນກອງປະຊຸມ, ຜູ້ແທນກອງກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງບົດສະຫລູບຕີລາຄາວຽກງານຮອບດ້ານຂອງໜ່ວຍພັກ, ແຜນພັດທະນາວຽກງານ ຖະແຫຼງຂ່າວ-ສື່ມວນຊົນ ແລະ ກອງປະຊຸມໄດ້ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນການຊີ້ນໍາ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ຂອງຮາກຖານ ໃນ 2 ປີເຄີ່ງຜ່ານມາ. ພ້ອມນັ້ນ, ຍັງໄດ້ປະຊາມະຕິປ່ອນບັດຢັ່ງຫາງສຽງຄວາມໄວ້ເນື້ອເຊື່ອໃຈຂອງສະມາຊິກພັກຕໍ່ລົງຕໍາແໜງເປັນຄະນະໜ່ວຍພັກ ແລະ ຜູ້ລົງຕໍາແໜງສາຍລັດຮອງຂະແໜງຂຶ້ນໄປ ໄດ້ສໍາເລັດຕາມລະດັບຄາດໝາຍ.
            ຕອນທ້າຍກອງປະຊຸມ, ໄດ້ຮັບການໂອ້ລົມ ແລະ ການໃຫ້ທິດຊີ້ນໍາ ຈາກສະຫາຍ ກົງຈັກ ສີສະຫວາດ ເລຂາຄະນະພັກຮາກຖານ ພະແນກ ຖວທ ແຂວງ. ກ່ອນອື່ນໝົດ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກຍາດມາໄດ້ໃນໄລຍ 2 ປີເຄິ່ງຜ່ານມາ ພ້ອມທັງໄດ້ເນັ້ນໜັກວ່າ
1.ຖືສໍາຄັນສຶກສາອົບຮົມການເມືອງ-ແນວຄິດ: ກ່ອນອື່ນໝົດຄະນະໜ່ວຍພັກ, ສະມາຊິກພັກຕ້ອງມີແນວຄິດເອກະພາບຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາາມເອກະພາບພາຍໃນຢ່າງໜັກແໜ້ນ, ມີຄວາມຈິງຈັງ, ຈິງໃຈ ແລະ ເດັດຂາດໃນການດໍາເນີນວຽກງານຕ່າງໆຂອງໜ່ວຍພັກ, ໝາຍວ່າຕ້ອງມີຄວາມສາມັກຄີພາຍຢ່າງເປັນເອກະພາບນັບແຕ່ຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍ. ຈະມີວຽກອັນໃດ, ກໍານົດວຽກໃດກໍຕ້ອງເປັນເອກະພາບບົນພື້ນຖານຫລັກການຂອງພັກ ແລ້ວຈິ່ງປຸ້ມລຸມກັນທຸມແທເຮື່ອແຮງເປັນຕໍຈິດດຽວໃນການຈັດຕັ້ງປະຕິບັດໃຫ້ສໍາເລັດ.
ໃຫ້ເອົາໃຈໃສ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງເລິກເຊິ່ງ ແລະ ເອົາໃຈໃສ່ນໍາພາການຄົ້ນຄວ້າຢ່າງມີຈຸດສຸມ, ບໍ່ແມ່ນຈະອ່ານຜ່ານໄປແບບເພີນໆ ຂາດການຄົ້ນຄວ້າວິເຄາະ, ຂາດປະດິດສ້າງໃນການຈັດຕັ້ງຜັນຂະຫຍາຍ ໂດຍສະເພາະແມ່ນບັນດານະໂຍບາຍ ແລະ ນິຕິກໍາອອກໃໝ່ໆຂອງກອງປະຊຸມພັກໄດ້ວາງອອກ.
2. ວຽກງານຖະແຫຼງຂ່າວ-ສື່ມວນຊົນ: ເອົາໃຈໃສ່ຄຸ້ມຄອງ(ກົດໝາຍວ່າດ້ວຍສື່ມວນຊົນ, ຂໍ້ຕົກລົງ ການຄຸ້ມຄອງຈານດາວທຽມ...); ພັດທະນາວຽກງານ ສື່ມວນຊົນໃຫ້ມີຄຸນນະພາບໃໝ່ (ລາຍການບໍ່ຫຼາກຫຼາຍ, ທັນສະໄໝ, ວ່ອງໄວ, ດຶງດູດ, ຂໍ້ມູນຂ່າວສານບໍ່ເຂົ້າເຖິງບັນຫາຂອງສັງຄົມ ລວມທັງຄໍາຊີ້ແຈງ ຕອບໂຕ້ ແກ້ຂໍ້ຂ້ອງໃຈຂອງສັງຄົມຢ່າງເລິກເຊິ່ງ.ອຸປະກອນສື່ມວນຊົນເກົ່າແກ່, ບໍ່ພຽງພໍ ຕ້ອງຊອກແຫຼ່ງລາຍຮັບ. ເອົາໃຈໃສ່ສ້າງ ແລະ ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ອບດ້ານ, ເກັ່ງດ້ານວິຊາສະເພາະ ແລະ ຄວາມເປັນທັນສະໄໝ, ແກ້ໄຂຂໍ້ຜິດພາດ ຂໍ້ມູນ ພາສາ....ຄຸ້ມຄອງນັກຂ່າວ, ສື່ສັງຄົມອອນລາຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຮ່ວມມືແລກປ່ຽນການສະໜອງຂ່າວບັນດາແຂວງທີ່ມີເງື່ອນໄຂ. 
3. ວຽກໜັງສື່ພິມ, ວາລະສານ ແລະ ຂ່າວສານ: ສືບຕໍ່ເກັບກໍາ ແລະ ສະໜອງຂໍ້ມູນຂ່າວສານ ລວາງກວ້າງ ແລະ ລວາງເລິກ, ຮັບປະກັນ 4 ລັກສະນະ ກາຍເປັນຄັງຂໍ້ມູນຂ່າວທີ່ມີປະໂຫຍດຕໍ່ສັງຄົມ. ເອົາໃຈໃສ່ເຄື່ອນໄຫວສື່ແບບໃໝ່ ໃຫ້ວ່ອງໄວ ຮັບປະກັນດ້ານຄຸນນະພາບ, ຕອບໂຕ້ ຫຼື ຕໍານິປະກົດການຫຍໍ້ທໍ້, ຍູ້ແຮງຂະບວນການພັດທະນາດ້ານອື່ນໆ.  
4. ວຽກວິທະຍຸ-ໂທລະພາບ: ສຸມໃສ່ພັດທະນາສື່ແບບໃໝ່, ມີຫຼາຍຊ່ອງທາງ, ສ້າງຜະລິດຕະພັນສື່ມີສີສັນ ແລະ ຄວາມວ່ອງໄວຫຼາກຫຼາຍ, ຮັບໃຊ້ຫຼາຍກຸ່ມເປົ້າໝາຍ, ສືບຕໍ່ປະຕິບັດຈັນຍາບັນ ຈັນຍາທໍາຂອງນັກຂ່າວ ໂຄສົກ, ດຶງສັງຄົມມີສ່ວນຮ່ວມຫຼາຍຂຶ້ນ ຕິດພັນກັບການຊອກລາຍຮັບໃນເງື່ອນໄຂໃໝ່. 
ຂ່າວ-ພາບ: ມະນີວອນ

 

ທ່ອງທ່ຽວແຂວງ ອັດຕະປື Tourism in Attapeu province
ຂ່າວສານອອນລາຍ ອັດຕະປື
ວິທະຍຸກະຈາຍສຽງແຂວງອັດຕະປື
ໂທລະພາບແຂວງອັດຕະປື